ເປີດສົກຮຽນໃໝ່ 2025-2026 ທີ່ໂຮງຮຽນ ມສ ລຽວໂຕວ໌ ດ້ວຍການເຂົ້າຮ່ວມຂອງສະມາຊິກສະພາແຫ່ງຊາດ

ໃນຕອນເຊົ້າຂອງວັນທີ 15 ກັນຍາ 2025 ທ່ານ ສົມປະສົງ ຈັນທະວົງ ປະທານປົກຄອງໂຮງຮຽນ ແລະ ຜູ້ອຳນວຍການໂຮງຮຽນ ມສ ລຽວໂຕວ໌ ພ້ອມດ້ວຍຄະນະໃຫ້ກຽດຕ້ອນຮັບສະມາຊິກສະພາແຫ່ງຊາດໂດຍແມ່ນ ທ່ານ ນາງ ເກດມະນີ ບັນດາສັກ ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນນະຄອນຫຼວງ ພ້ອມຄະນະ, ນອກຈາກນັ້ນຍັງມີທ່ານຫົວໜ້າຄະນະສະມາຊິກສະພາປະຊາຊົນ ປະຈຳເຂດເລືອກຕັ້ງເມືອງຈັນທະບູລີ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງ ແລະ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຈັນທະບູລີ ໃຫ້ກຽດລົງຕິດຕາມກວດກາການເປີດສົກຮຽນໃໝ່ ສົກຮຽນ 2025-2026 ທີ່ໂຮງຮຽນ ມສ ລຽວໂຕວ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *